ຕັນຫາ ( 9 ອາການຈິດ )

ຕັນຫາ(ຄວາມທະຍານຢາກ)

 ດູຣາພິກຂຸທັງຫລາຍ! ເຮົາຈັກສະແດງທັມ (ສິ່ງ) ທີ່ມີຕັນຫາເປັນມູນ 9 ຢ່າງ, ເຈົ້າທັງຫລາຍ ຈົ່ງຟັງ ໆລໆ

 ດູຣາພິກຂຸທັງຫລາຍ! ທັມທີ່ມີຕັນຫາເປັນມູນ 9 ຢ່າງ ເປັນແນວໃດຫນໍ? 9 ຢ່າງ ຄື:

1. ເພາະອາໃສ ຕັນຫາ ຈຶ່ງມີ ການສະແຫວງຫາ (ປະຣິເຍສະເນ)

2. ເພາະອາໃສ ການສະແຫວງຫາ ຈຶ່ງມີການໄດ້ (ລາໂພ)

3. ເພາະອາໃສ ການໄດ້ ຈຶ່ງມີ ຄວາມປົງໃຈຮັກ (ວິນິຈສະໂຢ)

4. ເພາະອາໃສ ຄວາມປົງໃຈຮັກ ຈຶ່ງມີ ຄວາມກໍາຫນັດດ້ວຍຄວາມພໍໃຈ (ສັນທະຣາໂຄ)

5. ເພາະອາໃສ ຄວາມກໍາຫນັດດ້ວຍຄວາມພໍໃຈ ຈຶ່ງມີ ຄວາມຫລົງໄຫລມົວເມົາ (ອັຊໂຊສານັງ)

6. ເພາະອາໃສ ຄວາມຫລົງໄຫລມົວເມົາ ຈຶ່ງມີ ຄວາມຈັບອົກຈັບໃຈ (ປະຣິກຄະໂຫ)

7. ເພາະອາໃສ ຄວາມຈັບອົກຈັບໃຈ ຈຶ່ງມີ ຄວາມຂີ້ຖີ່ (ມັຈສະຣິຍັງ)

8. ເພາະອາໃສ ຄວາມຂີ້ຖີ່ ຈຶ່ງມີ ການຫວງກັ້ນ (ອາຣັກໂຂ)

9. ເພາະອາໃສ ການຫວງກັ້ນ ຈຶ່ງມີ ເລື່ອງລາວອັນເກີດຈາກການຫວງກັ້ນ (ອາຣັກຂາທິກະຣະນັງ)

 ກ່າວຄື ການໃຊ້ທ່ອນໄມ້ ການໃຊ້ອາວຸດມີຄົມ ການຜິດຖຽງ ການຍາດແຍ່ງ ການວິວາດ ການກ່າວຄໍາຫຍາບວ່າ “ມຶງ! ມຶງ!” ການເວົ້າຄໍາສໍ່ສຽດ ແລະ ການເວົ້າຕົວະທັງຫລາຍ.

 ທັມອັນເປັນບາບມີອະກຸສົນເປັນອະເນກ ຍ່ອມເກີດຂຶ້ນພ້ອມ.

ດູຣາພິກຂຸທັງຫລາຍ! ເຫລົ່ານີ້ແລ ຊື່ວ່າ ທັມທີ່ມີຕັນຫາເປັນມູນ 9 ຢ່າງ

------------------------------

-ບາລີ ນວກ. ອັງ.23/413/227

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ