ເຈົ້າໂກດເຮັດຫຍັງໜໍ?

ເຈົ້າໂກດເຮັດຫຍັງໜໍ?

 ຄວາມຈິງ ບຸກຄົນຍ່ອມປະພຶດພຣົມມະຈັນກໍເພື່ອກຳຈັດຄວາມໂກດ

 ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອນສາວັດຖີ ຄັ້ງນັ້ນແລ ທ່ານພຣະຕິດສະຜູ້ເປັນໂອຣົດພຣະເຈົ້າອາຂອງພຣະຜູ້ມີພຣະພາກ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ກຣາບອະພິວາດແລ້ວ ນັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ.

 ລຳດັບນັ້ນ ພຣະຜູ້ມີພຣະພາກໄດ້ກວ່າຖາມທ່ານພຣະຕິດສະວ່າ:

 ຕິດສະ! ເຫດໃດໜໍ ເຈົ້າຈິ່ງມານັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່?

 ທ່ານພຣະຕິດສະກຣາບທູນວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸທັງຫລາຍພາກັນສຽບແທງຂ້ານ້ອຍດ້ວຍວາຈາເໝືອນດັ່ງປະຕັກ.

 ຈິງຢ່າງນັ້ນ ຕິດສະ ເຈົ້າວ່າເຂົາຂ້າງດຽວ ແຕ່ເຈົ້າບໍ່ອົດທົນຕໍ່ຖ້ອຍຄຳ ຂໍ້ທີ່ເຈົ້າວ່າເຂົາຂ້າງດຽວ ບໍ່ອົດທົນຕໍ່ຖ້ອຍຄຳນັ້ນ ບໍ່ສົມຄວນແກ່ເຈົ້າຜູ້ເປັນກຸລະບຸດອອກບວດເປັນບັນພະຊິດດ້ວຍສັດທາ, ແຕ່ຂໍ້ທີ່ເຈົ້າວ່າເຂົາດ້ວຍ ອົດທົນຕໍ່ຖ້ອຍຄຳໄດ້ດ້ວຍ ນັ້ນແລ ສົມຄວນແກ່ເຈົ້າຜູ້ເປັນກຸລະບຸດອອກບວດເປັນບັນພະຊິດດ້ວຍສັດທາ.

 ພຣະຜູ້ມີພຣະພາກຜູ້ສຸຄົດສາສະດາ ຄັນໄດ້ກວ່າໄວ້ຈາກພາສິດນີ້ແລ້ວ ຈິ່ງໄດ້ກວ່າຄາຖາປະພັນຕໍ່ໄປວ່າ:

 ເຈົ້າໂກດເຮັດຫຍັງໜໍ ເຈົ້າຢ່າໂກດ ຕິດສະ

ຄວາມບໍ່ໂກດເປັນຄວາມປະເສີດຂອງເຈົ້າ

ແທ້ຈິງ ບຸກຄົນຍ່ອມປະພຶດພຣົມມະຈັນກໍເພື່ອກຳຈັດຄວາມໂກດ ຄວາມຖືຕົວ ແລະ ຄວາມລົບຫລູ່ຄຸນທ່ານ.

...............................................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ນິທານວັຄ 16/284/713

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ