ຂໍ້ປະຕິບັດທີ່ສົມຄວນແກ່ຄະຣືຫັດ ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ

 ດູຣາຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ 4 ປະການ ຊື່ວ່າເປັນຜູ້ປະຕິບັດປະຕິປະທາທີ່ສົມຄວນແກ່ຄະຣືຫັດ 

ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ; 

ທັມ 4 ປະການເປັນແນວໃດ? ຄື:

ອະຣິຍະສາວົກໃນທັມວິນັຍນີ້ 

  ເປັນຜູ້ບຳຣຸງພິກຂຸສົງຄ໌ດ້ວຍຈີວອນ;

  ດ້ວຍອາຫານບິນທະບາດ; 

  ດ້ວຍເສນາສະນະ; 

  ດ້ວຍເພສັດບໍຣິຂານອັນເປັນປັດໄຈແກ່ຄົນໄຂ້.

 ດູຣາຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຊື່ວ່າເປັນຜູ້ປະຕິບັດປະຕິປະທາທີ່ສົມຄວນແກ່ຄະຣືຫັດ ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ.

............................................................

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໖໓/໖໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ