ຜູ້ບໍ່ມີຄວາມລະວັງ

ພິກສຸ ທ. !  ພິກສຸຜູ້ບໍ່ມີຄວາມລະວັງນັ້ນ ເປັນຢ່າງໃດເລົ່າ ?  

 ພິກສຸ ທ. !  ພິກສຸໃນກໍລະນີນີ້ 

  ເມື່ອເຫັນ ຮູບ ດ້ວຍ ຕາ, 

  ຟັງສຽງ ດ້ວຍ ຫູ, 

  ດົມກລິ່ນ ດ້ວຍ ດັງ, 

  ລິ້ມຣົດ ດ້ວຍ ລິ້ນ, 

  ສັມຜັດໂພຖັບພະ ດ້ວຍ ກາຍ, 

  ຮູ້ເເຈ້ງທັມມາຣົມ ດ້ວຍ ໃຈ; 

  ກໍສະຍົກຢູ່ໃນອາລົມທີ່ໜ້າຮັກ ຄຽດແຄ້ນໃນອາລົມອັນບໍ່ໜ້າຮັກ, ເປັນຜູ້ບໍ່ຕັ້ງໄວ້ຊຶ່ງກາຍຄະຕາສະຕິ, ມີຈິດດ້ອຍດ້ວຍຄຸນນະທັມ, ບໍ່ຮູ້ຕາມເປັນຈິງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນເປັນທີ່ດັບແຫ່ງບາບອະກຸສົນທີ່ເກີດແລ້ວແກ່ທ່ານນັ້ນ ໂດຍສິ້ນເຊີງ.

  ພິກສຸ ທ. !  ປຣຽບເໝືອນບຸຣຸດຈັບສັດ 6 ຊະນິດ ອັນມີທີ່ຢູ່ອາໄສຕ່າງກັນມີທີ່ທ່ຽວຫາກິນຕ່າງກັນ ມາມັດຮວມກັນດ້ວຍເຊືອກອັນຫມັ້ນຄົງຄື:

 ທ່ານຈັບງູ(ກາຍ)ມາມັດດ້ວຍເຊືອກໜຽວເສັ້ນໜຶ່ງ, 

        ຈັບອີ່ເຂ້(ຫູ),

        ຈັບນົກ(ຕາ), 

        ຈັບໝາບ້ານ(ລິ້ນ), 

        ຈັບໝາຈິ້ງຈອກ(ດັງ), 

        ຈັບລິງ(ໃຈ), 

  ມາມັດດ້ວຍເຊືອກໜຽວເສັ້ນ ໜຶ່ງໆ ແລ້ວມັດທັງຫມົດເຂົ້ານຳກັນເປັນປົມດຽວໃນທ່າມກາງ  ປລ່ອຍແລ້ວ. 

  ພິກສຸ ທ. ! ເທື່ອນັ້ນ ສັດເຫຼົ່ານັ້ນ ທັງຫົກຊະນິດມີທີ່ອາໄສ ແລະ ທີ່ທ່ຽວຕ່າງໆກັນກໍຢື້ແຢ່ງສຸດດຶງກັນ ເພື່ອຈະໄປສູ່ທີ່ອາໄສທີ່ທ່ຽວຂອງຕົນ: ງູຈະເຂົ້າຈອມປລວກ, ອີ່ເຂ້ຈະລົງນ້ຳ, ນົກຈະບິນຂຶ້ນໄປໃນອາກາດ, ໝາຈະເຂົ້າບ້ານ, ໝາຈິ້ງຈອກຈະໄປປ່າຊ້າ, ລິງກໍຈະໄປປ່າ. ຄຣັ້ນເໜື່ອຍລ້າກັນທັງຫົກສັດແລ້ວ ສັດໃດມີກຳລັງກວ່າ ສັດນອກນັ້ນກໍຕ້ອງຖືກລາກຕິດຕາມໄປຕາມ ອຳນາດຂອງສັດນັ້ນ. ຂໍ້ນີ້ສັນໃດ ;  

  ພິກສຸ ທ. ! ພິກສຸໃດບໍ່ອົບຮົມເຮັດໃຫ້ຫລາຍໃນກາຍະຄະຕາສະຕິແລ້ວ 

 - ຕາ ກໍຈະດຶງເອົາພິກສຸນັ້ນໄປຫາຮູບທີ່ໜ້າພໍໃຈ, ຮູບ ທີ່ບໍ່ໜ້າພໍໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;  

 - ຫູ ກໍຈະດຶງເອົາພິກສຸນັ້ນໄປຫາສຽງທີ່ໜ້າຟັງ, ສຽງ ທີ່ບໍ່ໜ້າຟັງກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ; 

 - ດັງ ກໍຈະດຶງເອົາພິກສຸນັ້ນໄປຫາກິ່ນທີ່ໜ້າສູດດົມ, ກລິ່ນ ທີ່ບໍ່ໜ້າສູບດົມກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ; 

 - ລິ້ນ ກໍຈະດຶງເອົາພິກສຸນັ້ນໄປຫາຣົດທີ່ຖືກໃຈ, ຣົດ ທີ່ບໍ່ຖືກໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ; 

 - ກາຍ ກໍຈະດຶງເອົາພິກສຸນັ້ນໄປຫາສັມຜັດທີ່ຍົ້ວຍວນໃຈ, ສັມຜັດ ທີ່ບໍ່ຍົ້ວຍວນໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;

 - ໃຈ ກໍຈະດຶງເອົາພິກສຸນັ້ນໄປຫາທັມມາຣົມທີ່ຖືກໃຈ, ທັນມາຣົມ ທີ່ບໍ່ຖືກໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ; 

  ຂໍ້ນີ້ກໍສັນນັ້ນຄືກັນ. ພິກສຸ ທ. ! ພິກສຸຜູ້ບໍ່ມີຄວາມລະວັງເປັນຢ່າງນີ້ແລ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ