ກາຍະຄະຕາສະຕິ(ການມີສະຕິລະນຶກຮູ້ກາຍ)

ພິກຂຸທັງຫລາຍ ! ອີກປະການໜຶ່ງ 

  ພິກຂຸເມື່ອຍ່າງຢູ່ ກໍຮູ້ດີວ່າ ເຮົາກໍາລັງຍ່າງຢູ່;

  ເມື່ອຢືນຢູ່ ກໍຮູ້ດີວ່າ ເຮົາກຳລັງຢືນຢູ່;

  ເມື່ອນັ່ງຢູ່ ກໍຮູ້ດີວ່າ ເຮົາກໍາລັງນັ່ງຢູ່;

  ເມື່ອນອນຢູ່ ກໍຮູ້ດີວ່າ ເຮົາກໍາລັງນອນຢູ່

  ຫລື ທ່ານຕັ້ງກາຍໄວ້ດ້ວຍອາການຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍອາການຢ່າງນັ້ນໆ.


 ເມື່ອພິກຂຸບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້

 ຍ່ອມລະຄວາມລະນຶກ ແລະຄວາມດຳຣິອັນອາໄສເຮືອນເສຍໄດ້;

 ເພາະລະຄວາມລະນຶກ ແລະຄວາມດຳຣິອັນອາໄສເຮືອນເສຍໄດ້

 ຈິດກໍຕັ້ງຢູ່ດ້ວຍດີ ສະຫງົບຣະງັບຢູ່ດ້ວຍດີ

 ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. 

ພິກຂຸທັງຫລາຍ !

ຢ່າງນີ້ ພິກຂຸກໍຊື່ວ່າ ຈະເຣີນກາຍະຄະຕາສະຕິ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ