ຄຳສອນຂອງພຣະສາສະດາຍິ່ງເປີດເຜີຍ ຍິ່ງຮຸ່ງເຮື່ອງ ປິດບັງໄວ້ບໍ່ຮຸ່ງເຮືອງ

ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ; 

  3 ຢ່າງຄືອັນໃດ?

1. ມາຕຸຄາມປິດ ບັງໄວ້ຈິ່ງຈະງົດງາມ ເປີດເຜີຍບໍ່ງົດງາມ;

2. ມົນຂອງພຣາມ ປິດບັງໄວ້ຈຶ່ງຈະຮຸ່ງເຮືອງ ເປີດເຜີຍບໍ່ຮຸ່ງເຮືອງ;

3. ມິດສາທິດຖິ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ.

 ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍໍ່ຈະເຣີນ;

ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ; 

  3 ຢ່າງຄືອັນໃດ? 

1. ດວງຈັນ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ;

2. ດວງອາທິດ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ;

3. ທັມວິໃນທີ່ພຣະຕະຖາຄົດປະກາດໄວ້ແລ້ວ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ. 

 ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ເປີດເຜີຍຈິ່ງຮຸ່ງເຮືອງ

ປິດບັງໄວ້ບໍ່ຮຸ່ງເຮືອງ.

................................................................

ອັງຄຸຕຕະຣະນິກາຍ ໒໐/໒໗໐/໕໗໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ