Posts

ວິບາກກັມຂອງນັກເຕັ້ນລຳ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ກະລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະໃນຂໍ້ນີ້ພຣະຜູ້ມີພຣະພາກຊົງກວ່າຢ່າງໃດ?  ພຣະຜູ້ມີພຣະພາກກວ່າວ່າ:  "ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ." ແມ່ນແຕ່ຄັ້ງທີ 2 ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ກໍໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ

ຜູ້ທີ່ຄວນຟັງທັມ

Image
ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 5 ປະການ ຟັງສັດທັມຢູ່ ເປັນຜູ້ຄວນຫຍັ່ງລົງສູ່ນິຍາມ ຄື: ຄວາມຖືກຕ້ອງໃນກຸສົນລະທັມ  5 ປະການ ເປັນແນວໃດນໍ ?   1. ເປັນຜູ້ບໍ່ລົບລູ່ຄຸນທ່ານຟັງທັມ   2. ເປັນຜູ້ອັນຄວາມລົບລູ່ຄອບງຳ ບໍ່ມີຈິດແຂ່ງດີຟັງທັມ   3. ເປັນຜູ້ບໍ່ສະແຫວງຫາໂທດ ບໍ່ມີຈິດກະທົບໃນຜູ້ສະແດງທັມ ບໍ່ມີຈິດກະດ້າງ   4. ເປັນຜູ້ມີປັນຍາ ບໍ່ໂງ່   5. ບໍ່ເປັນຜູ້ມີຄວາມຖືຕົວ ວ່າເຂົ້າໃຈໃນສິ່ງທີ່ຍັງບໍ່ທັນເຂົ້າໃຈ

ອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາ

Image
ຄະຫະບໍດີ! ກໍອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາເປັນຢ່າງໃດ?  ຄະຫະບໍດີ! ອະຣິຍະສາວົກໃນທັມວິໄນນີ້ ຍ່ອມກະທຳໄວ້ໃນໃຈໂດຍລະອຽດເປັນຢ່າງດີ ເຊິ່ງປະຕິດຈະສະມຸບບາດນັ້ນແລ ດັ່ງນີ້ວ່າ:  ເມື່ອສິ່ງນີ້ມີ ສິ່ງນີ້ຍ່ອມມີ  ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ  ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຍ່ອມບໍ່ມີ  ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ ໄດ້ແກ່ສິ່ງເຫລົ່ານີ້ຄື: ເພາະມີອະວິຊຊາເປັນປັດໃຈ ຈຶ່ງມີສັງຂານທັງຫລາຍ ເພາະມີສັງຂານເປັນປັດໃຈ ຈຶ່ງມີວິນຍານ ເພາະມີວິນຍານເປັນປັດໃຈ ຈຶ່ງມີນາມຣູບ ເພາະມີນາມຣູບເປັນປັດໃຈ ຈຶ່ງມີສະລາຍະຕະນະ ເພາະມີສະລາຍະຕະນະເປັນປັດໃຈ ຈຶ່ງມີຜັດສະ ເພາະມີຜັດສະເປັນປັດໃຈ ຈຶ່ງມີເວທະນາ ເພາະມີເວທະນາເປັນປັດໃຈ ຈຶ່ງມີຕັນຫາ ເພາະມີຕັນຫາເປັນປັດໃຈ ຈຶ່ງມີອຸປາທານ ເພາະມີອຸປາທານເປັນປັດໃຈ ຈຶ່ງມີພົບ ເພາະມີພົບເປັນປັດໃຈ ຈຶ່ງມີຊາດ ເພາະມີຊາດເປັນປັດໃຈ ຊະຣາມະຣະນະ ໂສກະປະຣິເທວະທຸກຂ໌ໂທມະນັດອຸປາຍາສະທັງຫລາຍ ຈຶ່ງເກີດຂຶ້ນຄົບຖ້ວນ; ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້. ເພາະຄວາມດັບໄປໂດຍບໍ່ເຫລືອດ້ວຍວິຣາຄະແຫ່ງອະວິຊານັ້ນໆແລ ຈຶ່ງມີຄວາມດັບແຫ່ງສັງຂານ; ເພາະມີຄວາມດັບແຫ່ງສັງຂານ ຈຶ່ງມີຄວາມດັບແຫ

ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ

Image
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍຄວນຈະປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?  ອານົນທ໌! ພວກເຈົ້າຈົ່ງຢ່າຂົນຂວາຍເພື່ອບູຊາສະຣີຣະຂອງຕະຖາຄົດເລີຍ ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ ຈົ່ງເປັນຜູ້ບໍ່ປະມາດໃນປະໂຫຍດຂອງຕົນໆ ມີຄວາມພຽນ ມີຕົນສົ່ງໄປແລ້ວຢູ່ເຖີດ ກະສັດຜູ້ເປັນບັນດິດກໍດີ ພຣາມຜູ້ເປັນບັນດິດກໍດີ ຄະຫະບໍດີຜູ້ເປັນບັນດິດກໍດີ ທີ່ເຫລື້ອມໃສຢ່າງຍິ່ງໃນຕະຖາຄົດມີຢູ່ ເຂົາທັງຫລາຍຈັກກະທຳການບູຊາສະຣີຣະຂອງຕະຖາຄົດ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາທັງຫລາຍຍ່ອມປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?  ອານົນທ໌! ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົດເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາປະຕິບັດໃນພຣະສະຣີຣະຂອງພຣະເຈົ້າຈັກກະພັດຢ່າງໃດ?  ອານົນທ໌! ເຂົາຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າໃໝ່ ແລ້ວຊັບດ້ວຍສຳລີ ແລ້ວຫໍ່ດ້ວຍຜ້າໃໝ່ ໂດຍອຸບາຍນີ້ ຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າ 500 ຄູ່ ແລ້ວເຊີນສະຣີຣະລົງໃນຮາງເຫລັກອັນເຕັມດ້ວຍນ້ຳມັນ ຄອບດ້ວຍຮາງເຫລັກອື່ນ ແລ້ວກະທຳຈິດກາທາດດ້ວຍໄມ້ຫອມລ້ວນ ຖວາຍເພີງສະຣີຣະຂອງພຣະເຈົ້າຈັກກະພັດ, ສ້າງສະຖູບຂອງພຣະເຈົ້າຈັກກະພັດໄວ້ທີ່ຫົນທາງໃຫຍ່ 4 ແຍກ.  ອານົນທ໌! ເຂົາປະຕິບັດໃນສະຣີຣະຂອງພ

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

Image
ຄັ້ງນັ້ນແລ ພຣາມມະຫາສານຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມວ່າ:  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍໄດ້ສະດັບມາຕໍ່ບຸບພະພຣາມຜູ້ເຖົ້າຜູ້ແກ່ຜູ້ເປັນອາຈາຣຍ໌ ແລະ ປາຈາຣຍ໌(ອາຈະຣິຍະປາຈະຣິຍານັງ) ກ່າວໄວ້ວ່າ ແຕ່ກ່ອນໂລກນີ້ຍ່ອມໜາແໜ້ນໄປດ້ວຍໝູ່ມະນຸດເໝືອນອະເວຈີມະຫານະຣົກ ບ້ານ ນິຄົມ ຊົນນະບົດ ແລະ ຣາຊະທານີ ມີທຸກໄລຍະໄກ່ບິນຕົກ ດັ່ງນີ້.  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫດ ເປັນປັດໃຈທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນນະບົດກໍບໍ່ເປັນຊົນນະບົດ?  ພຣາມ! ທຸກວັນນີ້ມະນຸດກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ມະນຸດເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ຕ່າງກໍຈັບສວຍເອົາສັດຕຣາອັນຄົມເຂັນຂ້າກັນ ແລະ ກັນ ເພາະເຫດນັ້ນ ມະນຸດຈຶ່ງລົ້ມຕາຍເປັນຈຳນວນຫລາຍ.  ພຣາມ! ນີ້ແລ ເປັນເຫດ ເປັນປັດໃຈ ທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນບົດກໍບໍ່ເປັນຊົນບົດ.  ພຣາມ! ອີກປະການໜຶ່ງ ທຸກວັນນີ້ມະນຸດກຳ

ເຮັດຢ່າງໜຶ່ງ ແຕ່ຢາກໄດ້ຢ່າງໜຶ່ງ

Image
ວາເສດຖະ !​ ປຽບເໝືອນແມ່ນໍ້າອະຈີຣະວະດີນີ້ ມີນໍ້າເຕັມປ່ຽມ ກາຢືນດື່ມໄດ້​ ຄັ້ງນັ້ນ ມີບຸຣຸດຄົນໜຶ່ງມາເຖິງເຂົາ ເຂົາມີປະໂຫຍດທີ່ຝັ່ງນັ້ນ​ ສະແຫວງຫາຝັ່ງນັ້ນມີການຈະໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ "ແຕ່ເຂົານອນປົກຫົວຂອງຕົນຢູ່ທີ່ຮີມຝັ່ງນີ້."  ວາເສດຖະ​!​ ທ່ານຄິດວ່າຢ່າງໃດ ບຸຣຸດນັ້ນຈະໄປຈາກຝັ່ງໃນສູ່ຝັ່ງນອກ ແຫ່ງແມ່ນໍ້າອະຈີຣະວະດີໄດ້ ຫລືບໍ່ໜໍ?  "ບໍ່ໄດ້ເລີຍ​ ທ່ານພຣະໂຄດົມ"  ວາເສດຖະ​!​ ຂໍ້ນີ້ກໍສັນນັ້ນເໝືອນກັນ ນິວອນ 5​ ຢ່າງເຫລົ່ານີ້ເອີ້ນກັນໃນອະຣິຍະວິໄນວ່າ    ເຄື່ອງປິດແດ່ ວ່າ​    ເຄື່ອງ​ກັ້ນແດ່​ ວ່າ​    ເຄື່ອງຄຸມແດ່ ວ່າ​    ເຄື່ອງຮ້ອຍຮັດແດ່.​  5​ ຢ່າງ​ ຢ່າງໃດ​ໜໍ​?​ 5 ຢ່າງຄື:   1.ກາມມະສັນທະນິວອນ  2.ພະຍາປາທະນິວອນ  3.ຖີນະມິດທະນິວອນ  4.ອຸດທັດຈະກຸກກຸດຈະນິວອນ  5.ວິຈິກິດສານິວອນ  ວາເສດຖະ ​!​ ນິວອນ​ 5​ ຢ່າງເຫລົ່ານີ້ແລ​ ເອີ້ນກັນໃນອະຣິຍະວິໄນວ່າ ເຄື່ອງປິດແດ່ ວ່າ​ ເຄື່ອງ​ກັ້ນແດ່​ ວ່າ​ ເຄື່ອງຄຸມແດ່ ວ່າ​ ເຄື່ອງຮ້ອຍຮັດແດ່.  ວາເສດຖະ !​ ພຣາມໄຕຣເພດທັງຫລາຍຖືກນິວອນ 5 ຢ່າງເຫລົ່ານີ້ *ປິ​ດແລ້ວ​ *ກັ້ນແລ້ວ​ *ຄຸມແລ້ວ *ຮ້ອຍຮັດແລ້ວ.  ວາເສດຖະ !​ ພຣາມໄຕຣເພດເຫລົ່ານັ້ນ *ລະທັມມະທີ່ທຳຄວາມເປັນພຣາມເສຍ *ສະມາທານທັມມະທີ່ບໍ່ທຳຄ

ເທວະທູດທີ 5 ຄວາມຕາຍ

Image
 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 4 ກັບສັດນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 5 ກັບສັດຕະນັ້ນວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ 5 ປາກົດໃນໝູ່ມະນຸດເລີຍບໍ ?”   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ”  ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນຍິງ ຫຼື ຊາຍ ທີ່ຕາຍແລ້ວມື້ໜຶ່ງສອງມື້ ຫຼື ສາມມື້ ຂຶ້ນອືດ ຂຽວຊໍ້າ ມີນ້ຳເຫຼືອງຍ້ອຍ ຢູ່ໃນໝູ່ມະນຸດເເດ່ບໍ່ ?   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”  ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ “ເຖີງແມ່ນໂຕເຮົາແລ ກໍມີຄວາມຕາຍເປັນທຳມະດາ ບໍ່ຫຼຸດພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ ! ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ” ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາແລະທາງໃຈໄວ້ ເພາະມົ່ວແຕ່ປະໝາດເສຍດັ່ງນັ້ນ ເຫຼົ່ານາຍນິຣະຢະບານຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ່ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່