Posts

ຄວາມທຸກໃນນະຣົກ

Image
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານກະທຳເຫດຊື່ການຈອງຈຳ 5 ປະການຄື: ຕອກຕະປູເຫລັກແດງທີ່ມື 2 ຂ້າງ, ທີ່ຕີນ 2 ຂ້າງ ແລະທີ່ກາງເອິກ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ. ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນຂຶງພືດ(ຈັບໃຫ້ນອນຢຽດຍາວກາງແຂນຂາອອກ) ແລ້ວເອົາຂວານຖາກ ສັດຕະນັ້ນຍ່ອມສະເວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ. ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນເອົາຕີນຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວຖາກດ້ວຍພ້າ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ. ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນທຽມຣົດແລ້ວ ໃຫ້ແລ່ນກັບໄປກັບມາບົນແຜ່ນດິນທີ່ມີໄຟຕິດທົ່ວ ລຸກເປັນແປວ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ. ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນປີນຂຶ້ນປີນລົງເຊິ່ງພູເຂົາຖ່ານໄຟໜ່ວຍໃຫຍ່ ທີ່ມີໄຟຕິດທົ່ວ ລຸກເປັນແປວ ສັດຕະນັ້ນຍ່ອມສະເວີຍເວທະນາອັນເປັນທຸກກ້າ ເ

ການຄ້າຂາຍ 5 ປະການ ອຸປາສົກບໍ່ຄວນກະທໍາ

Image
ພິກຂຸທັງຫລາຍ! ການຄ້າຂາຍ 5 ປະການນີ້ ອຸປາສົກບໍ່ຄວນກະທຳ, 5 ປະການເປັນຢ່າງໃດ? ຄື: 1.ການຄ້າຂາຍອາວຸດ (ສັຕຖະວະນິຊຊາ), 2.ການຄ້າຂາຍສັດຕະ (ສັຕຕະວະນິຊຊາ), 3.ການຄ້າຂາຍຊີ້ນສັດຕະ (ມັງສະວະນິຊຊາ), 4.ການຄ້າຂາຍສິ່ງມຶນເມົາ (ມັຊຊະວະນິຊຊາ), 5.ການຄ້າຂາຍຢາພິດ (ວິສະວະນິຊຊາ),  ພິກຂຸທັງຫລາຍ! ກາຣຄ້າຂາຍ 5 ປະການນີ້ແລ ອຸປາສົກບໍ່ຄວນກະທຳ. ............................................................. ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໖/໑໗໗

ການໃຊ້ຊີວິດຢ່າງສັນໂດດຂອງພິກຂຸ

Image
ດູຣາກັດສະປະ ! ພິກຂຸຜູ້ສັນໂດດເປັນແນວໃດ?   ດູຣາກັດສະປະ ພິກຂຸໃນທັມວິໄນນີ້ເປັນຜູ້ສັນໂດດດ້ວຍ  + ຈີວອນເປັນເຄື່ອງບໍຣິຫານກາຍ + ດ້ວຍບິນດະບາດເປັນເຄື່ອງບໍຣິຫານທ້ອງ + ທ່ານຈະໄປທາງທິດໃດໆກໍຖືໄປໄດ້ເອງ    ດູຣາກັດສະປະ ! ນົກມີປີກຈະບິນໄປທາງທິດໃດໆ  ກໍມີແຕ່ປີກຂອງຕົວເອງເປັນພາລະບິນໄປ ສັນໃດ;  ພິກຂຸກໍສັນນັ້ນ ເປັນຜູ້ສັນໂດດດ້ວຍ  + ຈີວອນເປັນເຄື່ອງບໍຣິຫານກາຍ + ດ້ວຍບິນດະບາດເປັນເຄື່ອງບໍຣິຫານທ້ອງ + ທ່ານຈະໄປທາງທິດໃດໆກໍຖືໄປໄດ້ເອງ    ດູຣາກັດສະປະ ພິກຂຸຜູ້ສັນໂດດເປັນຢ່າງນີ້ແລ.

ທັມ 4 ປະການນີ້ ເປັນຄຸນສົມບັດຂອງໂສດາບັນ

Image
ຄັ້ງນັ້ນພຣະສາຣີບຸດເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາກ ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາກໄດ້ກວ່າຖາມພຣະສາຣີບຸດວ່າ  ສາຣີບຸດ ! ໂສດາປັດຕິຍັງຄະ ໂສດາປັດຕິຍັງຄະ ດັ່ງນີ້, ໂສດາປັດຕິຍັງຄະ ເປັນແນວໃດ? ຂ້າແຕ່ພຣະອົງຜູ້ຈະເຣີນ ໂສດາປັດຕິຍັງຄະ ຄື: 1. ການຄົບສັດບຸຣຸດ 2. ການຟັງພຣະສັດທັມ 3. ການກະທຳໄວ້ໃນໃຈໂດຍລະອຽດ 4. ການປະຕິບັດທັມສົມຄວນແກ່ທັມ  ຖືກແລ້ວ ຖືກແລ້ວ ສາຣີບຸດ! ໂສດາປັດຕິຍັງຄະຄື 1. ການຄົບສັດບຸຣຸດ, 2. ການຟັງພຣະສັດທັມ,  3. ການກະທຳໄວ້ໃນໃຈໂດຍລະອຽດ, 4. ການປະຕິບັດທັມສົມຄວນແກ່ທັມ. ............................................................ ຈາກໜັງສືພຸທທະວະຈະນະ ຄູ່ມືພຣະໂສດາບັນ ໜ້າທີ 214

ອະນຸປຸບພິກະຖາ(ທັມມະເທສະນາທີ່ສະແດງເນື້ອຄວາມໄປໂດຍລຳດັບ)

Image
ພິກຂຸທັງຫລາຍ ! ຄັ້ງນັ້ນແລ ມະຫາຊົນຊາວພັນທຸມະດີຣາຊທານີ ຈຳນວນແປດໝື່ນສີ່ພັນຄົນ ອອກຈາກເມືອງ ເຂົ້າໄປເຝົ້າພຣະຜູ້ມີພຣະພາກວິປັດສີເຖິງທີ່ປະທັບ ໃນເຂມມິຄະທາຍະວັນ ຖວາຍອະພິວາດແລ້ວນັ່ງຢູ່ໃນທີ່ຂ້າງໜຶ່ງ ພຣະຜູ້ມີພຣະພາກວິປັດສີໄດ້ກວ່າ ອະນຸປຸພພິກະຖາ(ທັມມະເທສະນາທີ່ສະແດງເນື້ອຄວາມໄປໂດຍລຳດັບ) ແກ່ຊົນທັງຫລາຍເຫລົ່ານັ້ນ ກ່າວຄື: 1.  ທານກະຖາ (ເລື່ອງການໃຫ້ທານ, ປະໂຫຍດຂອງການໃຫ້ທານ) 2. ສີນກະຖາ (ເລື່ອງການຮັກສາສີນ, ປະໂຫຍດຂອງການຮັກສາສີນ) 3. ສັກຄະກະຖາ (ເລື່ອງສະຫວັນ) 4. ກາມາທີນະວະກະຖາ (ເລື່ອງໂທດອັນເສົ້າໝອງຕ່ຳຊາມຂອງກາມທັງຫລາຍ) 5. ເນກຂັມມານິສັງສະກະຖາ (ເລື່ອງອານິສົງຂອງການອອກຈາກກາມ)  ຄັນຊາບວ່າຊົນເຫລົ່ານັ້ນມີຈິດເໝາະສົມ ອ່ອນໂຍນ ປາສະຈາກນິວອນ ເບີກບານ ແຈ່ມໃສແລ້ວ ກໍໄດ້ກວ່າ ທັມມະເທສນາເຊິ່ງພຣະພຸດທະເຈົ້າທັງຫລາຍຊົງຍົກຂຶ້ນສະແດງເອງ ກ່າວຄື: ເລື່ອງທຸກຂ໌, ເລື່ອງສະມຸໄທ(ເຫດເກີດຂອງທຸກຂ໌), ເລື່ອງນິໂຣດ(ການດັບບໍ່ເຫລືອຂອງທຸກຂ໌), ເລື່ອງມັກຄ໌(ຫົນທາງໃຫ້ເຖິງຄວາມດັບບໍ່ເຫລືອຂອງທຸກຂ໌);  ປຽບເໝືອນຜ້າອັນສະອາດ ປາສະຈາກສິ່ງເປິເປື້ອນ ຍ່ອມຮັບເອົາເຊິ່ງນ້ຳຍ້ອມໄດ້ຢ່າງດີ ສັນໃດ; ທັມມະຈັກຂຸ(ດວງຕາເຫັນທັມ) ປາສະຈາກທຸລີ ປາສະຈາກມົນທິນ ໄດ້ເກີດຂຶ້ນແກ່ມະຫາຊົນເຫລົ່ານັ້ນໃນທີ່ນັ້ນວ

ການໄຫວ້ ໃນພຣະພຸດທະສາສະນາ

Image
  ພິກຂຸທັງຫລາຍ ! ການໄຫວ້ 3 ຢ່າງນີ້;   3 ຢ່າງເປັນແນວໃດ? ຄື:   ການໄຫວ້ທາງກາຍ;   ການໄຫວ້ທາງວາຈາ;   ການໄຫວ້ທາງໃຈ.   ພິກຂຸທັງຫລາຍ ! ການໄຫວ້ 3 ຢ່າງນີ້ແລ. ...................................... ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ  ໒໐/໒໘໕/໕໙໔

ໂສດາປັດຕິຍັງຄະ 4

Image
ຄັ້ງນັ້ນ, ພຣະສາຣີບຸດເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າ ເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາກ ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາກໄດ້ກວ່າຖາມພຣະສາຣີບຸດວ່າ  ສາຣີບຸດ ! ໂສດາປັດຕິຍັງຄະ ໂສດາປັດຕິຍັງຄະ ດັ່ງນີ້, ໂສດາປັດຕິຍັງຄະ ເປັນແນວໃດ? ຂ້າແຕ່ພຣະອົງຜູ້ຈະເຣີນ ໂສດາປັຕຕິຍັງຄະ ຄື:   1. ການຄົບສັດບຸຣຸດ   2. ການຟັງພຣະສັດທັມ   3. ການກະທຳໄວ້ໃນໃຈໂດຍລະອຽດ   4. ການປະຕິບັດທັມສົມຄວນແກ່ທັມ ຖືກແລ້ວ ຖືກແລ້ວ ສາຣີບຸດ! ໂສດາປັດຕິຍັງຄະ ຄື:  1. ການຄົບສັດບຸຣຸດ,   2. ການຟັງພຣະສັດທັມ,  3. ການກະທຳໄວ້ໃນໃຈໂດຍລະອຽດ,  4. ການປະຕິບັດທັມສົມຄວນແກ່ທັມ. ....................................... ຈາກໜັງສືພຸທທະວະຈະນະ ຄູ່ມືພຣະໂສດາບັນ ໜ້າທີ 214