ອະນຸປຸບພິກະຖາ(ທັມມະເທສະນາທີ່ສະແດງເນື້ອຄວາມໄປໂດຍລຳດັບ)

ພິກຂຸທັງຫລາຍ ! ຄັ້ງນັ້ນແລ ມະຫາຊົນຊາວພັນທຸມະດີຣາຊທານີ ຈຳນວນແປດໝື່ນສີ່ພັນຄົນ ອອກຈາກເມືອງ ເຂົ້າໄປເຝົ້າພຣະຜູ້ມີພຣະພາກວິປັດສີເຖິງທີ່ປະທັບ ໃນເຂມມິຄະທາຍະວັນ ຖວາຍອະພິວາດແລ້ວນັ່ງຢູ່ໃນທີ່ຂ້າງໜຶ່ງ ພຣະຜູ້ມີພຣະພາກວິປັດສີໄດ້ກວ່າ ອະນຸປຸພພິກະຖາ(ທັມມະເທສະນາທີ່ສະແດງເນື້ອຄວາມໄປໂດຍລຳດັບ) ແກ່ຊົນທັງຫລາຍເຫລົ່ານັ້ນ ກ່າວຄື:

1. ທານກະຖາ (ເລື່ອງການໃຫ້ທານ, ປະໂຫຍດຂອງການໃຫ້ທານ)

2. ສີນກະຖາ (ເລື່ອງການຮັກສາສີນ, ປະໂຫຍດຂອງການຮັກສາສີນ)

3. ສັກຄະກະຖາ (ເລື່ອງສະຫວັນ)

4. ກາມາທີນະວະກະຖາ (ເລື່ອງໂທດອັນເສົ້າໝອງຕ່ຳຊາມຂອງກາມທັງຫລາຍ)

5. ເນກຂັມມານິສັງສະກະຖາ (ເລື່ອງອານິສົງຂອງການອອກຈາກກາມ)

 ຄັນຊາບວ່າຊົນເຫລົ່ານັ້ນມີຈິດເໝາະສົມ ອ່ອນໂຍນ ປາສະຈາກນິວອນ ເບີກບານ ແຈ່ມໃສແລ້ວ ກໍໄດ້ກວ່າ ທັມມະເທສນາເຊິ່ງພຣະພຸດທະເຈົ້າທັງຫລາຍຊົງຍົກຂຶ້ນສະແດງເອງ ກ່າວຄື: ເລື່ອງທຸກຂ໌, ເລື່ອງສະມຸໄທ(ເຫດເກີດຂອງທຸກຂ໌), ເລື່ອງນິໂຣດ(ການດັບບໍ່ເຫລືອຂອງທຸກຂ໌), ເລື່ອງມັກຄ໌(ຫົນທາງໃຫ້ເຖິງຄວາມດັບບໍ່ເຫລືອຂອງທຸກຂ໌);

 ປຽບເໝືອນຜ້າອັນສະອາດ ປາສະຈາກສິ່ງເປິເປື້ອນ ຍ່ອມຮັບເອົາເຊິ່ງນ້ຳຍ້ອມໄດ້ຢ່າງດີ ສັນໃດ; ທັມມະຈັກຂຸ(ດວງຕາເຫັນທັມ) ປາສະຈາກທຸລີ ປາສະຈາກມົນທິນ ໄດ້ເກີດຂຶ້ນແກ່ມະຫາຊົນເຫລົ່ານັ້ນໃນທີ່ນັ້ນວ່າ " ສິ່ງໃດມີຄວາມເກີດຂຶ້ນເປັນທຳມະດາ ສິ່ງນັ້ນທັງໝົດມີຄວາມດັບໄປເປັນທຳມະດາ " ດັ່ງນີ້, ສັນນັ້ນເໝືອນກັນ.

 ຊົນເຫລົ່ານັ້ນມີທັມອັນເຫັນແລ້ວ ບັນລຸແລ້ວ ຮູ້ແຈ້ງແລ້ວ ຢັ່ງເອົາໄດ້ຄົບຖ້ວນແລ້ວ ມົດຄວາມສົງໃສ ປາສະຈາກຄວາມລັງເລ ເຖິງຄວາມກ້າຫານ ບໍ່ຕ້ອງເຊື່ອຕາມບຸກຄົນອື່ນ...

 ໄດ້ກາບທູນພຣະຜູ້ມີພຣະພາກວິປັສສີວ່າ " ງົດງາມຫລາຍຂ້ານ້ອຍ ງົດງາມຫລາຍຂ້ານ້ອຍ"

 ປຽບເໝືອນງາຍຂອງທີ່ຄວ້ຳຢູ່ ເປີດຂອງທີ່ປິດຢູ່, ບອກທາງແກ່ຄົນຫລົງທາງ ຫລືວ່າໃຕ້ໄຟໄວ້ໃນທີ່ມືດເພື່ອວ່າຄົນມີຕາຈັກໄດ້ເຫັນຮູບ ສັນໃດກໍສັນນັ້ນ ດັ່ງນີ້.

..............................................................

ມະຫາ. ທີ. 10/49/49.

ພຸທທະວະຈະນະ ອະຣິຍະສັຈຈາກພຣະໂອດ ໜ້າທີ 14-15

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ