ຄວາມທຸກໃນນະຣົກ

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານກະທຳເຫດຊື່ການຈອງຈຳ 5 ປະການຄື:

ຕອກຕະປູເຫລັກແດງທີ່ມື 2 ຂ້າງ, ທີ່ຕີນ 2 ຂ້າງ ແລະທີ່ກາງເອິກ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນຂຶງພືດ(ຈັບໃຫ້ນອນຢຽດຍາວກາງແຂນຂາອອກ) ແລ້ວເອົາຂວານຖາກ ສັດຕະນັ້ນຍ່ອມສະເວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນເອົາຕີນຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວຖາກດ້ວຍພ້າ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນທຽມຣົດແລ້ວ ໃຫ້ແລ່ນກັບໄປກັບມາບົນແຜ່ນດິນທີ່ມີໄຟຕິດທົ່ວ ລຸກເປັນແປວ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານຈະຈັບສັດຕະນັ້ນປີນຂຶ້ນປີນລົງເຊິ່ງພູເຂົາຖ່ານໄຟໜ່ວຍໃຫຍ່ ທີ່ມີໄຟຕິດທົ່ວ ລຸກເປັນແປວ ສັດຕະນັ້ນຍ່ອມສະເວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນພູເຂົາຖ່ານໄຟນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບສັດຕະນັ້ນເອົາເທົ້າຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວພຸ່ງລົງໃນໝໍ້ທອງແດງທີ່ຮ້ອນມີໄຟຕິດທົ່ວ ລຸກເປັນແປວ ສັດຕະນັ້ນຈະເດືອດເປັນຟອງຢູ່ໃນໝໍ້ທອງແດງນັ້ນ ເມື່ອເຂົາເດືອດເປັນຟອງຢູ່ ບາງຄັ້ງຟູຂຶ້ນ ບາງຄັ້ງຈົມລົງ ບາງຄັ້ງລອຍໄປທາງຂວາງ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນໝໍ້ທອງແດງນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະໂຍນສັດຕະນັ້ນລົງໃນມະຫານະຣົກ ກໍມະຫານະຣົກນັ້ນ ມີ 4 ມູມ 4 ປະຕູ ແບ່ງໄວ້ເປັນສ່ວນເທົ່າກັນ ມີກຳແພງເຫລັກອ້ອມຮອບ ຄອບໄວ້ດ້ວຍແຜ່ນເຫລັກ ມະຫານະຣົກນັ້ນມີພື້ນເປັນເຫລັກລຸກເປັນແປວ ແຜ່ໄປໄກດ້ານລະ 100 ໂຍດ ປະດິດສະຖານຢູ່ທຸກເມື່ອ.

ພິກຂຸທັງຫລາຍ! ມະຫານະຣົກນັ້ນມີແປວໄຟພຸ່ງອອກຈາກຝາດ້ານໜ້າເຖິງຝາດ້ານຫລັງ ພຸ່ງຈາກຝາດ້ານຫລັງເຖິງຝາດ້ານໜ້າ ພຸ່ງຈາກຝາດ້ານເໜືອເຖິງຝາດ້ານໃຕ້ ພຸ່ງຈາກຝາດ້ານໃຕ້ເຖິງຝາດ້ານເໜືອ ພຸ່ງຈາກຂ້າງລຸ່ມເຖິງຂ້າງເທິງ ພຸ່ງຈາກຂ້າງເທິງເຖິງຂ້າງລຸ່ມ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ຍ່ອມມີສະໄໝທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໜ້າຂອງມະຫານະຣົກເປີດ ສັດຕະນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະໄວຍະວະທີ່ຖືກແຍກອອກແລ້ວຈະກັບຄົງຮູບເດີມທັນທີ ແລະ ໃນຂະນະທີ່ສັດຕະນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ຍ່ອມມີສະໄໝທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານຫລັງຂອງມະຫານະຣົກເປີດ ສັດຕະນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະໄວຍະວະທີ່ຖືກແຍກອອກແລ້ວຈະກັບຄົງຮູບເດີມທັນທີ ແລະໃນຂະນະທີ່ສັດຕະນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ຍ່ອມມີສະໄໝທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານເໜືອຂອງມະຫານະຣົກເປີດ ສັດຕະນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະໄວຍະວະທີ່ຖືກແຍກອອກແລ້ວຈະກັບຄົງຮູບເດີມທັນທີ ແລະໃນຂະນະທີ່ສັດຕະນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ຍ່ອມມີສະໄໝທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໃຕ້ຂອງມະຫານະຣົກເປີດ ສັດຕະນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະໄວຍະວະທີ່ຖືກແຍກອອກແລ້ວຈະກັບຄົງຮູບເດີມທັນທີ ແລະໃນຂະນະທີ່ສັດຕະນັ້ນໃກ້ຈະເຖິງປະຕູ ປະຕູນັ້ນຈະປິດ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນມະຫານະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ຍ່ອມມີສະໄໝທີ່ໃນບາງຄັ້ງບາງຄາວ ໂດຍລ່ວງໄລຍະເວລາອັນຍາວນານ ປະຕູດ້ານໜ້າຂອງມະຫານະຣົກເປີດ ສັດຕະນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫລາຍກໍເປັນຄວັນພຸ່ງອອກ ແຕ່ອະໄວຍະວະທີ່ຖືກແຍກອອກແລ້ວຈະກັບຄົງຮູບເດີມທັນທີ ສັດຕະນັ້ນຈະອອກທາງປະຕູນັ້ນໄດ້ ແຕ່ວ່າມະຫານະຣົກນັ້ນແລ ມີນະຣົກເຕັມດ້ວຍຄູດໃຫຍ່ປະກອບຢູ່ຮອບດ້ານ ສັດຕະນັ້ນຈະຕົກລົງໃນນະຣົກຄູດນັ້ນ ແລະໃນນະຣົກຄູດນັ້ນແລ ມີໝູ່ສັດຕະປາກດັ່ງເຂັມຄອຍເຊືອດເສືອນຜິວ ແລ້ວເຊືອດເສືອນໜັງ ແລ້ວເຊືອດເສືອນຊີ້ນ ແລ້ວເຊືອດເສືອນເອັນ ແລ້ວເຊືອດເສືອນກະດູກ ແລ້ວກິນເຍື້ອໃນກະດູກ ສັດຕະນັ້ນຍ່ອມສະເວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກຄູດນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະນະຣົກຄູດນັ້ນ ມີນະຣົກທີ່ເຕັມດ້ວຍເຖົ່າຮ້ອນ ໃຫຍ່ ປະກອບຢູ່ຮອບດ້ານ ສັດຕະນັ້ນຈະຕົກລົງໄປໃນນະຣົກເຖົ່າຮ້ອນນັ້ນ ສັຕນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນນະຣົກເຖົ່າຮ້ອນນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະໃນນະຣົກເຖົ່າຮ້ອນນັ້ນ ມີປ່າງິ້ວໃຫຍ່ປະກອບຢູ່ຮອບດ້ານ ຕົ້ນສູງຮຽວຂຶ້ນໄປ 1 ໂຍດ ມີໜາມຍາວ 16 ອົງຄຸລີ ມີໄຟຕິດທົ່ວລຸກເປັນແປວ ເຫລົ່ານາຍນິຣະຍະບານຈະບັງຄັບໃຫ້ສັດຕະນັ້ນຂຶ້ນໆ ລົງໆ ທີ່ຕົ້ນງິ້ວນັ້ນ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນຕົ້ນງິ້ວນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະປ່າງິ້ວນັ້ນ ມີປ່າຕົ້ນໄມ້ໃບເປັນດາບໃຫຍ່ ປະກອບຢູ່ຮອບດ້ານ ສັດຕະນັ້ນຈະເຂົ້າໄປໃນປ່ານັ້ນ ຈະຖືກໃບໄມ້ທີ່ລົມພັດຕັດມືແດ່ ຕັດຕີນແດ່ ຕັດທັງມືທັງຕີນແດ່ ຕັດຫູແດ່ ຕັດດັງແດ່ ຕັດທັງຫູທັງດັງແດ່ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນປ່າຕົ້ນໄມ້ໃບເປັນດາບນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ແລະປ່າຕົ້ນໄມ້ໃບເປັນດາບນັ້ນ ມີແມ່ນ້ຳໃຫຍ່ ນ້ຳເປັນກົດປະກອບຢູ່ຮອບດ້ານ ສັດຕະນັ້ນຈະຕົກລົງໄປໃນແມ່ນ້ຳນັ້ນ ຈະລອຍຢູ່ໃນແມ່ນ້ຳນັ້ນ ຕາມກະແສແດ່ ທວນກະແສແດ່ ທັງຕາມກະແສແລະທວນກະແສແດ່ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນແມ່ນ້ຳນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານພາກັນເອົາເບັດເກາະສັດຕະນັ້ນຂຶ້ນວາງເທິງບົກ ແລ້ວກ່າວຢ່າງນີ້ວ່າ:

ດູກ່ອນທ່ານ! ເຈົ້າຕ້ອງການອັນໃດ?

ສັດຕະນັ້ນບອກຢ່າງນີ້ວ່າ ຂ້ານ້ອຍຫິວ ຂ້ານອ້ຍ!

ເຫລົ່ານາຍນິຣະຍະບາລຈຶ່ງເອົາຂໍເຫລັກຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເປີດປາກອອກ ແລ້ວໃສ່ກ້ອນໂລຫະຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເຂົ້າໃນປາກ ກ້ອນໂລຫະນັ້ນຈະໄໝ້ສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັດຕະນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນເບື້ອງລຸ່ມ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນທີ່ນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລກ່າວກັບສັດຕະນັ້ນຢ່າງນີ້ວ່າ:

ດູກ່ອນທ່ານ! ເຈົ້າຕ້ອງການອັນໃດ?

ສັດຕະນັ້ນບອກຢ່າງນີ້ວ່າ ຂ້ານ້ອຍກະຫາຍ ຂ້ານ້ອຍ!

ເຫລົ່ານາຍນິຣະຍະບານຈຶ່ງເອົາຂໍເຫລັກຮ້ອນມີໄຟຕິດທົ່ວ ລຸກເປັນແປວ ເປີດປາກອອກ ແລ້ວເອົານ້ຳທອງແດງຮ້ອນມີໄຟຕິດທົ່ວ ລຸກເປັນແປວ ຖອກເຂົ້າໄປໃນປາກ ນ້ຳທອງແດງນັ້ນ ຈະໄໝ້ສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັດຕະນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນເບື້ອງລຸ່ມ ສັດຕະນັ້ນຍ່ອມສະເຫວີຍເວທະນາອັນເປັນທຸກກ້າ ເຈັບແສບຢູ່ໃນທີ່ນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະຍາຍົມໄດ້ມີຄວາມດຳຣິຢ່າງນີ້ວ່າ:

ໂອທ່ານເອີ໋ຍ! ເປັນອັນວ່າ ເຫລົ່າສັດຕະທີ່ກະທຳກັມຊົ່ວໄວ້ໃນໂລກ ຍ່ອມຖືກນາຍນິຣະຍະບານລົງໂທດຕ່າງຊະນິດເຫັນປານນີ້.

ໂອໜໍ ຂໍເຮົາຈົ່ງໄດ້ຄວາມເປັນມະນຸດ,

ຂໍພຣະຕະຖາຄົດອະຣະຫັນຕະສັມມາສັມພຸດທະ

ຈົ່ງອຸບັດຂຶ້ນໃນໂລກ,

ຂໍເຮົາຈົ່ງໄດ້ນັ່ງໃກ້ພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ,

ຂໍພຣະຜູ້ມີພຣະພາກພຣະອົງຄ໌ນັ້ນຈົ່ງຊົງສະແດງທັມແກ່ເຮົາ,

ແລະຂໍເຮົາໄດ້ຮູ້ທົ່ວເຖິງທັມຂອງພຣະຜູ້ມີພຣະພາກພຣະອົງຄ໌ນັ້ນເຖີດ.

ພິກຂຸທັງຫລາຍ! ກໍເຣື່ອງນັ້ນ ເຮົາບໍ່ໄດ້ຟັງຕໍ່ສະມະນະຫລືພຣາມອື່ນໆແລ້ວຈຶ່ງບອກ ກໍເຮົາບອກເຣື່ອງທີ່ຮູ້ເອງ ເຫັນເອງ ຊາບເອງທັງນັ້ນ.

ພຣະຜູ້ມີພຣະພາກຜູ້ສຸຄົດສາສະດາຄັນໄດ້ກວ່າໄວຍາກອນພາສິດນີ້ແລ້ວ ຈຶ່ງໄດ້ກວ່າຄາຖາປະພັນຕໍ່ໄປອີກວ່າ:

ນໍຣະຊົນເຫລົ່າໃດຍັງເປັນມານົບ ອັນເທວະທູດຕັກເຕືອນແລ້ວປະມາດຢູ່ ນໍຣະຊົນເຫລົ່ານັ້ນຈະເຂົ້າເຖິງໝູ່ສັດຕະຊົ່ວ ເສົ້າໂສກສິ້ນກາລະນານ.

ສ່ວນນໍຣະຊົນເຫລົ່າໃດ ເປັນສັບປະບຸຣຸດຜູ້ສະງົບໃນໂລກນີ້ ອັນເທວະທູດຕັກເຕືອນແລ້ວ ຍ່ອມບໍ່ປະມາດໃນທັມຂອງພຣະອະຣິຍະໃນການໃດໆ ເຫັນໄພໃນຄວາມຖືໝັ້ນອັນເປັນເຫດແຫ່ງຊາດ ແລະມະຣະນະແລ້ວ ບໍ່ຖືໝັ້ນ ຫລຸດພົ້ນໃນທັມອັນເປັນທີ່ສິ້ນຊາດ ແລະມະຣະນະໄດ້ ນໍຣະຊົນເຫລົ່ານັ້ນເປັນຜູ້ເຖິງຄວາມກະເສມ ມີສຸກ ດັບສະນິດໃນປັດຈຸບັນ ລ່ວງເວນ ແລະໄພທັງປວງ ຍ່ອມຂ້າມພົ້ນທຸກທັງປວງໄດ້.

.....................................................................

(ຈົບພຣະສູຕ)

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໕໕-໒໖໔/໕໐໔-໕໒໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ