ໂສດາປັດຕິຍັງຄະ 4

ຄັ້ງນັ້ນ, ພຣະສາຣີບຸດເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າ

ເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາກ

ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ

ຄັນແລ້ວ ພຣະຜູ້ມີພຣະພາກໄດ້ກວ່າຖາມພຣະສາຣີບຸດວ່າ

 ສາຣີບຸດ ! ໂສດາປັດຕິຍັງຄະ ໂສດາປັດຕິຍັງຄະ ດັ່ງນີ້,

ໂສດາປັດຕິຍັງຄະ ເປັນແນວໃດ?

ຂ້າແຕ່ພຣະອົງຜູ້ຈະເຣີນ ໂສດາປັຕຕິຍັງຄະ ຄື:

  1. ການຄົບສັດບຸຣຸດ

  2. ການຟັງພຣະສັດທັມ

  3. ການກະທຳໄວ້ໃນໃຈໂດຍລະອຽດ

  4. ການປະຕິບັດທັມສົມຄວນແກ່ທັມ

ຖືກແລ້ວ ຖືກແລ້ວ ສາຣີບຸດ! ໂສດາປັດຕິຍັງຄະ ຄື:

 1. ການຄົບສັດບຸຣຸດ, 

 2. ການຟັງພຣະສັດທັມ,

 3. ການກະທຳໄວ້ໃນໃຈໂດຍລະອຽດ,

 4. ການປະຕິບັດທັມສົມຄວນແກ່ທັມ.

.......................................

ຈາກໜັງສືພຸທທະວະຈະນະ ຄູ່ມືພຣະໂສດາບັນ ໜ້າທີ 214

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ