ທັມ 4 ປະການນີ້ ເປັນຄຸນສົມບັດຂອງໂສດາບັນ

ຄັ້ງນັ້ນພຣະສາຣີບຸດເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ

ຖວາຍບັງຄົມພຣະຜູ້ມີພຣະພາກ ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ

ຄັນແລ້ວ ພຣະຜູ້ມີພຣະພາກໄດ້ກວ່າຖາມພຣະສາຣີບຸດວ່າ

 ສາຣີບຸດ ! ໂສດາປັດຕິຍັງຄະ ໂສດາປັດຕິຍັງຄະ ດັ່ງນີ້,

ໂສດາປັດຕິຍັງຄະ ເປັນແນວໃດ?

ຂ້າແຕ່ພຣະອົງຜູ້ຈະເຣີນ ໂສດາປັດຕິຍັງຄະ ຄື:

1. ການຄົບສັດບຸຣຸດ

2. ການຟັງພຣະສັດທັມ

3. ການກະທຳໄວ້ໃນໃຈໂດຍລະອຽດ

4. ການປະຕິບັດທັມສົມຄວນແກ່ທັມ

 ຖືກແລ້ວ ຖືກແລ້ວ ສາຣີບຸດ! ໂສດາປັດຕິຍັງຄະຄື

1. ການຄົບສັດບຸຣຸດ,

2. ການຟັງພຣະສັດທັມ, 

3. ການກະທຳໄວ້ໃນໃຈໂດຍລະອຽດ,

4. ການປະຕິບັດທັມສົມຄວນແກ່ທັມ.

............................................................

ຈາກໜັງສືພຸທທະວະຈະນະ ຄູ່ມືພຣະໂສດາບັນ ໜ້າທີ 214

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ