ສຳມາທິ 4 ແບບ
ສະມາທິພາວະນາ 4 ປະການ ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້; 4 ປະການເປັນຢ່າງໃດ? ຄື: 1. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນມີຢູ່; 2. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະມີຢູ່ 3. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະມີຢູ່; 4. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍມີຢູ່; ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນເປັນຢ່າງໃດ? ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ສະຫງັດຈາກກາມທັງຫລາຍ ສະຫງັດຈາກອະກຸສົນລະທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ວິເວກຢູ່; ເພາະວິຕົກວິຈານສະຫງົບໄປ ຍ່ອມບັນລຸ "ທຸຕິຍະຊານ" ມີຄວາມຜ່ອງໃສແຫ່ງຈິດໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກອັນເກີດແຕ່ສະມາທິຢູ່; ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸກດ້ວຍກາຍ ຍ່ອມບັນລຸ "ຕະຕິຍະຊານ" ທີ່ພຣະອະຣິຍະເຈົ້າທັງ