ການຕອບແທນຄຸນມານດາບິດາຢ່າງສູງສຸດ

ພິກຂຸທັງຫຼາຍ ! ເຮົາກ່າວການຕອບແທນ ບໍ່ໄດ້ງ່າຍແກ່ທ່ານທັງສອງ ທ່ານທັງສອງຄືໃຜໜໍ? ຄື:

1. ມານດາ

2. ບິດາ 

 ພິກຂຸທັງຫຼາຍ ! ບຸຕຍ່ອມປະຄັບປະຄອງ ມານດາດ້ວຍບ່າເບື້ອງໜຶ່ງ ປະຄັບປະຄອງບິດາດ້ວຍບ່າເບື້ອງໜື່ງ ເຂົາມີອາຍຸ ມີຊີວິຕຢູ່ຕະຫຼອດຮ້ອຍປີ ແລະເຂົາຍ່ອມປະຕິບັຕຕໍ່ທ່ານທັງສອງນັ້ນດ້ວຍການຮົມຢາ ບີບນວດ ການອາບນ້ຳ ແລະການຖູ ແລະທ່ານທັງສອງນັ້ນ ຍ່ອມຖ່າຍອຸດຈາຣະ ປັດສາວະເທິງບ່າທັງສອງຂອງເຂົານັ້ນເອງ.

 ພິກຂຸທັງຫຼາຍ! ການກະທຳຢ່າງນັ້ນ ຍັງບໍ່ທັນຊື່ວ່າອັນບຸຕກະທຳແລ້ວ ຫຼືຕອບແທນແລ້ວແກ່ມານດາບິດາເລີຍ.

 ພິກຂຸທັງຫຼາຍ ! ອັນໜຶ່ງ ບຸດຍ່ອມສະຖາປະນາມານດາບິດາໃນຣາຊະສົມບັດ ອັນເປັນອິສະຣາທິປັດ ໃນແຜ່ນດິນໃຫຍ່ ອັນມີຣັດຕະນະ 7 ປະການມາກຫຼາຍນີ້ ການກະທຳຢ່າງນັ້ນ ຍັງບໍ່ຊື່ວ່າອັນບຸດກະທຳແລ້ວ ຫຼືຕອບແທນແລ້ວເເກ່ມານດາບິດາເລີຍ.

ຂໍ້ນັ້ນເພາະເຫຕໃດ ?

 ເພາະມານດາບິດາ ມີອຸປະກາຣະຫຼາຍ ບຳລຸງລ້ຽງ ສະເເດງໂລກນີ້ແກ່ບຸດທັງຫຼາຍ

ສ່ວນບຸດຄົນໃດ

1. ອະນຸເຄາະມານດາບິດາ ຜູ້ບໍ່ມີສັທທາ ໃຫ້ສະມາທານຕັ້ງໜັ້ນໃນ ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ)

2. ອະນຸເຄາະມານດາບິດາ ຜູ້ທຸສີລ ໃຫ້ສະມາທານຕັ້ງໜັ້ນໃນ ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີນ).

3. ອະນຸເຄາະມານດາບິດາ ຜູ້ຂີ້ຖີ່ ໃຫ້ສະມາທານຕັ້ງໜັ້ນໃນ ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ).

4. ອະນຸເຄາະມານດາບິດາ ຜູ້ມີປັນຍາຕ່ຳຊາມ ໃຫ້ສະມາທານ ຕັ້ງໜັ້ນໃນ ປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).

 ພິກຂຸທັງຫຼາຍ ! ດ້ວຍເຫດມີປະມານເທົ່ານີ້ ແລະການກະທຳຢ່າງນັ້ນ ຍ່ອມຊື່ວ່າອັນບຸດນັ້ນກະທຳແລ້ວ ແລະຕອບແທນແລ້ວແກ່ມານດາບິດາ.

..........................................................

- ບາລີ ທຸກ. ອົງ. ໒໐/໗໘/໒໗໘.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ