ທັມອັນມີມູລມາແຕ່ຕັນຫາ 9 ຢ່າງ

ທັມ 9 ຢ່າງທີ່ຄວນລະເປັນຢ່າງໃດ?

ໄດ້ແກ່ທັມອັນມີມູລມາແຕ່ຕັນຫາ 9 ຢ່າງຄື:

1. ເພາະອາໄສຕັນຫາ ຈຶ່ງມີການສະແຫວງຫາ

(ຕັນຫັງ ປະຕິຈຈະ ປະຣິເຍສະນາ),

2. ເພາະອາໄສການສະແຫວງຫາ ຈຶ່ງມີການໄດ້

(ປະຣິເຍສະນັງ ປະຕິຈຈະ ລາໂພ),

3. ເພາະອາໄສການໄດ້ ຈຶ່ງມີການປົງໃຈຮັກ

(ລາພັງ ປະຕິຈຈະ ວິນິຈສະໂຍ)

4. ເພາະອາໄສການປົງໃຈຮັກ ຈຶ່ງມີຄວາມກຳນັດພໍໃຈ

(ວິນິຈສະຍັງ ປະຕິຈຈະ ສັນທະຣາໂຄ)

5. ເພາະອາໄສຄວາມກຳນັດພໍໃຈ ຈຶ່ງມີຄວາມຫລົງໄຫລ

(ສັນທະຣາຄັງ ປະຕິຈຈະ ອັຊໂຊສານັງ)

6. ເພາະອາໄສຄວາມຫລົງໄຫລ ຈຶ່ງເກີດຄວາມຫວງແຫນ

(ອັຊໂຊສານັງ ປະຕິຈຈະ ປະຣິຄຄະໂຫ),

7. ເພາະອາໄສຄວາມຫວງແຫນ ຈຶ່ງມີມັດສະຣິຍະ

(ປະຣິຄຄະຫັງ ປະຕິຈຈະ ມັຈສະຣິຍັງ)

8. ເພາະອາໄສມັດສະຣິຍະ ຈຶ່ງມີການຮັກສາ

(ມັຈສະຣິຍັງ ປະຕິຈຈະ ອາຣັກໂຂ),

9. ເພາະອາໄສການຮັກສາ ອະກຸສົນລະທັມອັນເປັນປາບທັງຫລາຍຄື: ການຖືທ່ອນໄມ້ ຖືສັດຕຣາ ການຜິດຖຽງ ການແຍ່ງຊິງ ການວິວາດກັນ ການກ່າວຄຳຫຍາບວ່າ ມຶງໆ ແລະການເວົ້າຕົວະຍ່ອມເປັນໄປ ເພາະອາໄສການຮັກສາເປັນເຫດ.

(ອາຣັກຂາທິກະຣະນັງ ປະຕິຈຈະ ທັນດາທານະສັຕຖາທານະກະລະຫະວິຄຄະຫະວິວາທະຕຸວັງຕຸວັງເປສຸນຍະມຸສາວາທາ ອະເນເກ ປາປະກາ ອະກຸສະລາ ທັມມາ ສັງວັຕຕັນຕິ).

ທັມ 9 ຢ່າງເຫລົ່ານີ້ແລ ຄວນລະ.

..........................................................

ທີຄະນິກາຍ ປາຕິກະວັຄ ໑໑/໒໘໐/໔໕໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ